ລູກຄ້າ

ໂມດູນຕ່າງໆ



ແອັບມືຖື ສຳລັບເຈົ້າຂອງໂຮງຮຽນ ຫຼື ຜູ້ບໍລິຫານ

    ເປັນແອັບມືຖື ທີ່ໃຊ້ອຳນວຍຄວາມສະດວກ ໃຫ້ເຈົ້າຂອງໂຮງຮຽນ ໃນການເບິ່ງຕົວເລກ ສະຖິຕິ ນັກຮຽນ ຂອງຕົນເອງ, ຕົວເລກລາຍຮັບທັງໝົດ ເປັນເງິນສົດ, ເງິນໂອນ, ລວມເງິນທີ່ຊຳລະແລ້ວ, ຍອດຄ້າງຊຳລະ, ລາຍຈ່າຍ, ກຳໄລ ແລະ ຂາດທຶນ ໂດຍສາມາດ ເຂົ້າເບິ່ງລາຍລະອຽດ ແລະ ຈັດການຊຳລະຄ່າຮຽນ ຜ່ານແອັບມືຖືໄດ້ ໃນກໍລະນີ ຜູ້ປົກຄອງມາຊຳລະເງິນສົດ ຫຼື ໂອນເງິນແບບເກົ່າ ແລະ ບັນດາຟັງຊັ່ນອື່ນໆ ໂດຍພັດທະນາໄປເລື້ອຍ ຕາມຄວາມຕ້ອງການ ຂອງແຕ່ລະໂຮງຮຽນ.



ແອັບມືຖື ສຳລັບຜູ້ປົກຄອງ ແລະ ນັກຮຽນ

    ເປັນແອັບມືຖື ທີ່ໃຊ້ອຳນວຍຄວາມສະດວກ ໃຫ້ຜູ້ປົກຄອງ ໃນການຕິດຕາມຜົນການຮຽນ, ໝາຍຂາຍ, ລາຍການຂໍ້ມູນຄ່າຮຽນ, ຄ້າງຊຳລະ, ຊຳລະຄ່າຮຽນ ດ້ວຍ QR Code ຂອງ ທະນາຄານ ແບບອັດຕະໂນມັດ (Payment Gateway), ຈັດການແກ້ໄຂ ຂໍ້ມູນນັກຮຽນ, ເອີ້ນຮັບລູກ ຂອງຜູ້ປົກຄອງ, ຂໍ້ມູນສ່ວນຕົວ, ຂໍ້ມູນພາສາ ແລະ ອື່ນໆ.



ແອັບມືຖືສຳລັບຄູອາຈານ

    ເປັນແອັບມືຖື ທີ່ໃຊ້ອຳນວຍຄວາມສະດວກ ໃຫ້ຄູອາຈານ ການການເພີ່ມ ແລະ ຕິດຕາມຄະແນນ ຂອງຫ້ອງຕົນເອງ, ໝາຍວັນຂາດຮຽນ ຂອງນັກຮຽນ, ຕັດຄະແນນຄຸນສົມບັດ, ຕິດຕາມການເອີ້ນຮັບລູກ ຂອງຜູ້ປົກຄອງ, ກວດການັກຮຽນ, ຂໍ້ມູນສ່ວນຕົວ, ຂໍ້ມູນພາສາ ແລະ ອື່ນໆ.



ໂມດູນລາຍງານ

    ໃຊ້ເພື່ອຄູ້ມຄອງ, ຕິດຕາມ ລາຍງານຕ່າງໆ ແລະ ພີມເອກະສານອອກໄດ້ ເຊັ່ນ: ລາຍງານລວມ ໃຫ້ຮູ້ຍອດລາຍຮັບລວມ, ລາຍຈ່າຍລວມ ແລະ ຕົວເລກຜິດດ່ຽງ,​ ລາຍງານຄູ້ມຄອງຄ່າຮຽນ ສາມາດຄົ້ນຫາຕາມປີຮຽນ, ຊັ້ນຮຽນ, ຫ້ອງຮຽນ, ສະຖານະຊຳລະແລ້ວ, ຄ້າງຊຳລະ, ເລືອກຄົ້ນຫາ ຕາມສາຂາໂຮງຮຽນ ທີ່ມີໃນເຄືອສາຂາ, ລາຍງານຈົບການສຶກສາ, ລາຍງານການສັ່ງຊື້, ລາຍງານການຂາຍ, ລາຍງານ ມອບ ຮັບ ເງິນສົດ, ລາຍງານລາຍຈ່າຍ ແລະ ລາຍງານ ສະຖິຕິອື່ນໆ ຕາມກະຊວງ ສຶກສາ ກຳນົດໃຫ້.



ໂມດູນລາຍຈ່າຍ

    ໃຊ້ເພື່ອຄູ້ມຄອງ ແລະ ຕິດຕາມ ລາຍຈ່າຍຕ່າງໆ ທີ່ຕິດພັນກ່ຽວກັບ ທຸລະກິດ ເປັນຕົ້ນແມ່ນ ຄ່ານ້ຳ, ຄ່າໄຟຟ້າ, ຄ່າຂີ້ເຫຍື້ອ..... ໂດຍປະກອບມີ ໝວດໝູ່ຂອງລາຍຈ່າຍ, ລາຍການລາຍຈ່າຍ ຕາມວັນທີ, ເນື້ອໃນຈ່າຍ, ວົງເງິນຈ່າຍ ແລະ ແນບຟາຍເອກະສານອ້າງອີງ.



ໂມດູນ ນອກຫຼັກສູດ

    ຄູ້ມຄອງ ແລະ ຕິດຕາມ ລາຍການນອກຫຼັກສູດ ພິເສດ ເຊັ່ນ: ຮຽນເພີ່ມພາສາອັງກິດ, ຮຽນເພີ່ມເລກ, ໄອທີ, ຮຽນພັກແລ້ງ.... ໂດຍສາມາດ ກຳນົດເປັນຫຼັກສູດໄດ້ ວັນທີເລີ່ມຕົ້ນ, ວັນທີສິ້ນສຸດ, ອາຈານສອນ, ວິຊາຮຽນ, ນັກຮຽນ ທີ່ເຂົ້າຮຽນ, ຄ່າຮຽນ, ຕິດຕາມຄ່າຮຽນເພີ່ມ, ການຊຳລະ, ຕາຕະລາງການຮຽນ, ລາຍຈ່າຍ ແລະ ກະເປົາປັນຜົນ ລະຫວ່າງຄູ່ມຮ່ວມ ກັບໂຮງຮຽນ.



ໂມດູນ POS

    ຄູ້ມຄອງ ແລະ ຕິດຕາມ ລາຍການເຄື່ອງແບບໂຮງຮຽນ, ລາຍການສິນຄ້າ ທີ່ເປັນແບຣນດິງ ຂອງໂຮງຮຽນ, ໝວດໝູ່ສິນຄ້າ, ຕົ້ນທຶນ, ລາຄາຂາຍ, ເຄື່ອງໃນສາງ, ລາຍການສັ່ງຊື້ເຂົ້າສາງ ແລະ ລາຍການ ຂາຍສິນຄ້າອອກ.



ໂມດູນບໍລິຫານ

    ຄູ້ມຄອງ ແລະ ຕິດຕາມ ການເບີກຈ່າຍເງິນເດືອນ, ຕາຕະລາງອາກອນ, ຕິດຕາມວັນຂາດການ, ເຫດຜົນ, ເງິນທີ່ຖືກຫັກ, ເງິນຄອມມິດຊັ່ນ, ປະເພດເງິນຄອມມິດຊັ່ນ, ອາກອນເງິນເດືອນ, ປະເພດອາກອນເງິນເດືອນ, ຊັ້ນຂັ້ນເງິນເດືອນ, ເງິນສະຫວັດດີການ ແລະ ອື່ນໆ



ໂມດູນຄູ້ມຄອງການສຶກສາ

    ໃຊ້ເພື່ອຄູ້ມຄອງການສຶກສາ ຕາມນະໂຍບາຍ ຂອງ ກະຊວງສຶກສາທິການ ແລະ ກິລາ ປະກອບມີ ຄະແນນລວມ ປະກອບມີ ຕາຕະລາງຄະແນນລວມ ຂອງນັກຮຽນ ຕາມປື້ມຕິດຕາມຄະແນນ ໂດຍສາມາດຄົ້ນຫາໄດ້ຕາມປີຮຽນ, ເດືອນ, ຊັ້ນຮຽນ, ຫ້ອງຮຽນ, ຄະແນນສະເລ່ຍ, ຈັດອັນດັບທີ, ສະເລ່ຍຕາມວິຊາ, ສະເລ່ຍຕາມຜົນການຮຽນ; ຕິດຕາມການຂາດຮຽນ ຂອງນັກຮຽນ ສາມາດໝາຍນັກຮຽນ ໂດຍຄົ້ນຫາຕາມຊັ້ນ, ຫ້ອງຮຽນ, ປະເພດການຂາດຮຽນ, ຄະແນນທີ່ຖືກຕັດ ແລະ ສາມາດຄົ້ນຫາໄດ້ຕາມວັນທີ, ຊັ້ນຮຽນ ແລະ ຫ້ອງຮຽນ.



ໂມດູນຄູ້ມຄອງຄ່າຮຽນ

    ໃຊ້ເພື່ອຄູ້ມຄອງຄ່າຮຽນຕາມຊັ້ນຮຽນ, ຫ້ອງຮຽນ, ນັກຮຽນຄ້າງຊຳລະ, ຊຳລະແລ້ວ, ສ້າງຄ່າຮຽນເປັນປະຈຳເດືອນ, ເທີມ, ປີ, ແຕ່ເດືອນ ເຖິງເດືອນ, ທຳການຊຳລະ ເປັນເງິນສົດ, ເງິນໂອນ, ຜູ້ປົກຄອງຊຳລະຜ່ານແອັບ, ພິມບິນ, ລວມໃບບິນຄ່າຮຽນ, ພີມຫຼາຍບິນຄ້າງຈ່າຍ, ມອບຮັບ ເງິນສົດ ລະຫວ່າງເຈົ້າຂອງໂຮງຮຽນ ແລະ ບັນຊີ, ຈັດການແກ້ໄຂລາຍການຄ່າຮຽນ, ຕິດຕາມການເຄື່ອນໄຫວ ຕົວເລກເງິນສົດ, ເງິນໂອນ, ຜູ້ປົກຄອງຊຳລະຜ່ານແອັບມືຖື ດ້ວຍ Payments Gateway, ຄົ້ນຫາແຕ່ວັນທີ ເຖິງວັນທີ, ລາຍການລວມໃບບິນ, ກວດນັກຮຽນ ຍັງບໍ່ທັນສ້າງຄ່າຮຽນ ແລະ ອື່ນໆ.



ໂມດູນຕັ້ງຄ່າ

    ລະບົບການຊຳລະສະສາງ ຜ່ານທະນາຄານ Payment Gateway ຂໍ້ມູນການຊຳລະ ຜ່ານທະນາຄານ ແບບອັດຕະໂນມັດ, ສິດນຳໃຊ້ລະບົບ ໂດຍກຳນົດສິດນຳໃຊ້ ໄດ້ຕາມໃຈຂອງຜູ້ບໍລິຫານ ຫຼື ເຈົ້າຂອງໂຮງຮຽນ, ຜູ້ບໍລິຫານ, ນັກຮຽນ ສາມາດນຳເຂົ້າຜ່ານ Excel File ເພື່ອໃຫ້ຈັດການຂໍ້ມູນນັກຮຽນງ່າຍຂື້ນ, ຄູອາຈານ, ຜູ້ປົກຄອງ ສາມາດຜູກລູກໄດ້ຫຼາຍຄົນ, ຊັ້ນຮຽນ, ຫ້ອງຮຽນ, ວິຊາຮຽນ, ຄ່າຮຽນ ສາມາດຕັ້ງຄ່າ ຄ່າຮຽນປົກກະຕິໄດ້, ຮຽນເພີ່ມ, ຄ່າຊຸດ, ຄ່າປື້ມ, ຄ່າທຳນຽມຕ່າງໆ, ສ່ວນຫຼຸດແບບຄົງທີ, ສ່ວນຫຼຸດເປັນ %, ສິດເວນຮັບສົ່ງນັກຮຽນ, ບັດນັກຮຽນ, ຂໍ້ມູນໂຮງຮຽນ, ໂລໂກ, ສະຖານທີ່, ສ່ວນ Header, ສ່ວນ Footer, ແບບລາຍເຊັນ, ຕັ້ງຄ່າການປັບໄໝ (ປັບເພີ່ມ ຖ້າກາຍກຳນົດຄ້າງຊຳລະຄ່າຮຽນ), ຕັ້ງຄ່າເປີດ ປິດ ການກວດ ການຊຳລະຕາມເດືອນທີ່ຄ້າງຊຳລະ ໃຫ້ຊຳລະເດືອນເກົ່າກ່ອນ ຄ່ອຍສາມາດຊຳລະເດືອນປະຈຸບັນໄດ້ ແລະ ຕັ້ງຄ່າອື່ນໆ.



ໜ້າຫຼັກ

    ຕົວເລກລວມລາຍຮັບທັງໝົດ, ເງິນສົດ, ເງິນໂອນ, ຍອດແຜນລາຍຮັບ, ຍອດຊຳລະແລ້ວ, ຍອດຄ້າງຊຳລະ, ລາຍຈ່າຍ, ກຳໄລ/ຂາດທຶນ, ສາມາດຄົ້ນຫາໄດ້ຕາມວັນທີ, ຕາມໂຮງຮຽນໃນເຄືອຂ່າຍ, ແຕ່ວັນທີ, ເຖິງວັນທີ, ຕົວເລກສະຖິຕິ, ຈຳນວນຊັ້ນ, ຫ້ອງຮຽນ, ວິຊາຮຽນ, ລວມນັກຮຽນ, ຈຳນວນຊາຍ, ຍິງ, ລວມອາຈານ, ຈຳນວນຊາຍ, ຍິງ, ຜູ້ປົກຄອງ, ຈຳນວຍຊາຍ, ຍິງ, ຕາຕະລາງ ລາຍຊື່ນັກຮຽນ ສະໝັກເຂົ້າມາໃໝ່, ຈັດການແກ້ໄຂຂໍ້ມູນ, ອານຸມັດ ແລະ ລຶບຂໍ້ມູນສະໝັກໄດ້.